ກ່ຽວກັບພວກເຮົາ

ແນວຄວາມຄີດ

ໃນຄະນະທີ່ພວກເຮົາຊອກເຊົ່າຫ້ອງການໃນການສ້າງຕັ້ງ ບໍລິສັດລາວຄາຢາ ໃນຕົ້ນປີ2021 ເຫັນວາການຊອກຄົ້ນຫາ ຫ້ອງການ ເຮືຶຶອນເຊົ່ານັ້ນແມ່ນ ຍັງມີຈຳມີຄວາມຫຍຸ້ງຍາກຫຼາຍ ແລະ ຄົ້ນຫາຍາກ ເພື່ອໃຫ້ໄດ້ຕາມເງື່ອນໄຂຂອງພວກເຮົາ ແລະ ການພັດທະນາແພດຟອມເວັບໃຊ້ສູນລວມກ່ຽວກັບອະສັງຫາລິມະຊັບໃນ ສ ປປ ລາວ ແມ່ນຍັງມີຫນ້ອຍ  ແລະ ການນຳໃຊ້ ຍັງບໍໍ່ສະດວກ.

ສະນັ້ນ, ພວກເຮົາຈີ່ງມີແນວຄວາມຄີດພັັດທະນາຟອມແພດຟອມເວັບໃຊ້ສູນລວມກ່ຽວກັບອະສັງຫາ ລິມະຊັບຂື້ນມາເພື່ອໃຫ້ເພື່ອໃຫ້ ລູກຄ້າເຈົ້າຂອງຫ້ອງເຊົ່າ,ອາພາດເມັນ,ທີ່ດີນ ແລະ ເຮືອນ, ບໍລິສັັດອະສັງຫາ ລິມະຊັບ, ນາຍຫນ້າຂາຍອະສັງຫາລິມະຊັບ ທີ່ຕ້ອງການໃຫ້ເຊົ່າ ຫຼື   ຂາຍ ອະສັງຫາ ລິມະຊັບ ມາລົງຂໍ້ມູນໃນເວັບໃຊ້ດັ່ງກ່າວ. ເພື່ອເຮັດໃຫ້ຜູ້ຊອກຊື້,ຊອກເຊົ່າ ໄດ້ຫາສະດວກ ແລະ ວອງໄວຂື້ນ  ແລະ ເຫມາະສົມກບຄວາມຕ້ອງການຂອງຕົນເອງ. ແລະ ແພດຟ້ອມດັ່ງກ່າວກໍ່ສາມາດໃຫ້ ບໍລິສັດກ່ຽວຂ້ອງກັບອະສັງຫາລິມະຊັບເອົາຂໍ້ມູນມາລົງໄດ້ເຊັ່ນດຽວກັນ ເຊັ່ນ : ບໍລິສັດ ອອກແບບກໍ່ສ້າງ , ບໍລິສັດບໍລິການຕີດຕັ້ງໄຟຟ້າ,ນ້ຳປະປາ ,ບໍລິສັດບໍລິການອານາໄມ ທຳຄວາມສະອາດ ແລະ ກຳຈັດປວກ,ແມງໄມ້ ເປັນຕົ້ນເພື່ອໃຫ້ຜູ້ຊົມໃຊ້ສາມາຫາຂໍ້ມູນໄດ້.

ວິໃສທັດ

ບໍລິສັດພວກເຮົາມີວິໃຊ້ທັດທີ່ຈະສ້າງແພດຟອມເວັບໃຊ້ອະສັງຫາລິມະຊັບແບບຄົບວົງຈອນອອກສູ່ສັ່ງຄົມລາວເພື່ອໃຫ້ທຸກທ່ານສາມາດນຳເອົາອະສັງຫາລິມາຊັບຂອງຕົນມາລົງ ເພື່ອໃຫ້ຜູ້ທີ່ມາຊອກເຊົ່າ,ຊື້ ຫາເຂົ້າຫາຂໍ້ມູນອະສັງຫາລິມະຊັບໄດ້ຢ່າງສະດວກສະບາຍງ່າຍຂື້ນ ແລະ ວອງໄວທັນໃຈ.

ພາລະກີດ

ບໍລິສັດພວກເຮົາມີພາລະກີດດັ່ງລຸມນີ້:
①ມຸ້ງຫນ້າພັດທະນາຄຸນນະພາບແພດຟ້ອມເວັບໃຊ້ອະສັງຫາລິມະຊັບໃຫ້ລູກຄ້າໄດ້ຊົມໃຊ້ຢ່າງສະດວກສະບາຍ ແລະ  ຕີດຕາມຄວາມເພີ່ງພໍໃຈຂອງລູກຄ້າ
②ມຸ້ງຫນ້າສ້າງການບໍລິການໃຫ້ລູກຄ້າໄດ້ຢ່າງມີຄຸນນະພາບ ແລະ ສະດວກວ່ອງໄວໃຫ້ແກ່ລູກຄ້າຢ່າງມືອາຊີບ.

ຂໍ້ມູນບໍລິສັດ

ຊື່ບໍລິສັດ:

ບໍລິສັດ ຄາຢາມາລາວ ຈຳກັດ ຜູ້ດຽວ KAYAMA LAO SOLE Co.,Ltd

ເນື້ອໃນກີດຈະການ:

①ບໍລິການກຳຈັດແລະຂົ້ນສົ່ງຂີ້ເຫຍື້ອອຸດສາຫະກຳ (ກຳລັງກະກຽມ)
②ບໍລິການທີ່ປືກສາ  
・ທີ່ປືກສາກ່ຽວຂ້ອງກັບປະເທດຍີປຸ່ນ  
・ທີ່ປືກສາກ່ຽວກັບການກຳຈັດສີ່ງເສດເຫຼືອ
・ທີ່ປືກສາດ້ານພະລັງງານທົດແທນ (ທືນສະຫນັບສະຫນູນເພື່ອຫຼຸດຜ່ອນການປ່ອຍກາກບ່ອນ)
③ການຄ້ານຳເຂົ້່າ~ສົ່ງອອກ,ທຸລະກີດຮ້ານອາຫານ (ກຳລັງກະກຽມ)
④ບໍລິການກ່ຽວກັບອະສັງຫາລິມະຊັບ

ຜູ້ອຳນວຍການ:

ຈູນອິຈິໂລ ຄາຢາມາ KAYAMA JUNICHIRO

ທີຢູ່ສຳນັກງານໃຫຍ່:

ບ້ານໂພນເຄັງ ຫນ່ວຍ24 ເມືອງໄຊທານີ ນະຄອນຫຼວງວຽງຈັນ ສ ປປລາວ

ຜູ້ອຳນວຍການ:

ຈູນອິຈິໂລ ຄາຢາມາ KAYAMA JUNICHIRO

ທີຢູ່ຫ້ອງການປະຈຳຍີປຸ່ນ:

ເມືອງໂຕໂຢຄາວາ, ແຂວງໄອຈິ, ປະເທດຍີ່ປຸ່ນ

ທືນຈົດທະບຽນ:

750 ລ້ານກີບ

ຈຳນວນພະນັກງານ:

5 ຄົນ

ວັນເດືອນປີສ້າງຕັ້ງ:

ວັນທີ4 ເດືອນ 2 ປີ 2021

Compare listings

Compare
Verified by MonsterInsights